ໂຄງການກໍ່ສ້າງຫໍຄຳໄລຍະ 2 ຈະສຳເລັດໃນກາງເດືອນນີ້

 

ໂຄງ­ການ​ກໍ່­ສ້າງ​ສຳ­ນັກ­ງານ​ປະ­ທານ​ປະ­ເທດ (ຫໍ­ຄຳ) ໄລ­ຍະ 2 ເປັນ​ໂຄງ­ການ​ໜຶ່ງ​ທີ່​ມີ​ທີ່​ຕັ້ງ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ຖ້າ​ໂຄງ­ການ​ນີ້​ສ້າງ​ສຳ­ເລັດ ແນ່­ນອນ​ຈະ​ເຮັດ​ໃຫ້​ປະ­ເທດ​ລາວ ໂດຍ​ສະ­ເພາະ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຂອງ​ພວກ​ເຮົາ ມີ​ໃບ​ໜ້າ​ໃບ​ຕາ​ອັນ​ໃໝ່​ຂຶ້ນ​ຕື່ມ ຈາກ​ຄວາມ​ສວຍ​ງາມ​ຂອງ​ອາ­ຄານ​ທີ່​ມີ​ການ​ຕົບ­ແຕ່ງ​ແບບ​ເອ­ກະ­ລັກ​ວັດ­ທະ­ນະ­ ທຳ​ລາວ​ເຮົາ ແລະ ໂຄງ­ການ​ນີ້​ກໍ​ເປັນ​ໂຄງ­ການ​ໜຶ່ງ​ທີ່​ຈະ​ສ້າງ​ໃຫ້​ສຳ­ເລັດ​ກ່ອນ​ຈະ​ເປີດ​ ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ເຊັມ 9 ເພື່ອ​ຈະ​ເປັນ​ສະ­ຖານ­ທີ່​ຕ້ອນ­ຮັບ​ແຂກ​ລະ­ດັບ​ປະ­ມຸກ​ລັດ​ຕ່າງ­ປະ­ເທດ ທີ່​ຈະ​ມາ​ຮ່ວມ​ກອງ​ປະ­ຊຸມ​ດັ່ງ­ກ່າວ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ຈະ​ຈັດ​ຂຶ້ນ​ຕົ້ນ​ເດືອນ​ພະ­ຈິກ​ທີ່​ຈະ​ມາ​ເຖິງ​ໃນ​ມໍ່ໆ​ນີ້.

ໂຄງ­ການ​ດັ່ງ­ກ່າວ ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່​ຕົ້ນ​ເດືອນ​ກັນ­ຍາ 2011 ເປັນ­ຕົ້ນ​ມາ ແລະ ຕາມ​ສັນ­ຍາ​ໂຄງ­ການ​ຈະ​ໃຫ້​ສຳ­ເລັດ​ພາຍ​ໃນ​ໄລ­ຍະ​ເວ­ລາ 15 ເດືອນ ນັບ​ແຕ່​ເດືອນ​ມິ­ຖຸ­ນາ 2011 ຫາ​ເດືອນ​ຕຸ­ລາ 2012 ໂດຍ​ແມ່ນ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ປະ­ທານ​ປະ­ເທດ​ເປັນ​ເຈົ້າ​ຂອງ​ໂຄງ­ການ ບໍ­ລິ­ສັດ ເອ​ສ​ທີ​ເອ​ສ ເປັນ​ຜູ້​ອອກ​ແບບ ແລະ ບໍ­ລິ­ສັດ ລື​ໄຊ​ກໍ່­ສ້າງ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ລົງ­ທຶນ​ກ່ອນ 100% ໂດຍ​ໃຊ້​ງົບ­ປະ­ມານ​ຂອງ​ລັດ​ໃນ​ມູນ​ຄ່າ​ທັງ​ໝົດ​ເບື້ອງ​ຕົ້ນ 56 ຕື້​ກີບ.

ທ່ານ​ນາງ ສຸດ​ສະ​ດີ ລື​ໄຊ ປະ­ທານ​ບໍ­ລິ­ສັດ ລື​ໄຊ​ກໍ່­ສ້າງ ໄດ້​ໃຫ້​ສຳ­ພາດ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ໃນ​ວັນ​ທີ 4 ຕຸ­ລາ 2012 ນີ້ ໄດ້​ຮູ້​ວ່າ: ການ​ກໍ່­ສ້າງ​ໂຄງ­ການ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ໄປ​ໄດ້​ດີ​ພໍ​ສົມ­ຄວນ ເນື່ອງ​ຈາກ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ການ​ອຳ­ນວຍ​ຄວາມ​ສະ­ດວກ​ຂອງ​ພາກ­ສ່ວນ​ກ່ຽວ­ຂ້ອງ ໂດຍ​ສະ­ເພາະ​ກໍ​ແມ່ນ​ເຈົ້າ​ຂອງ​ໂຄງ­ການ ຊຶ່ງ​ໂຄງ­ການ​ປະ­ກອບ​ມີ​ຫຼາຍ​ໜ້າ​ວຽກ​ສຳ­ຄັນ​ເປັນ­ຕົ້ນ ກໍ່­ສ້າງ​ອາ­ຄານ​ໃໝ່​ຈຳ­ນວນ 3 ຕຶກ ໃນ​ນັ້ນ 2 ຕຶກ ເປັນ​ອາ­ຄານ 2 ຊັ້ນ ຊຶ່ງ​ເປັນ​ຕຶກ​ສຳ­ລັບ​ຮອງ​ຮັບ​ການ​ຈັດ​ງານ​ລ້ຽງ ແລະ ງານ​ພົບ​ປະ​ເຈລະ­ຈາ ແລະ ອີກ​ອາ­ຄານ​ໜຶ່ງ​ເປັນ​ອາ­ຄານ 3 ຊັ້ນ ເປັນ​ອາ­ຄານ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ປະ­ທານ​ປະ­ເທດ ນອກ​ນີ້​ຍັງ​ມີ­ໜ້າ​ວຽກ​ປັບ­ປຸງ​ດ້ານ​ໜ້າ​ຂອງ​ຫໍ­ຄຳ ແລະ ໜ້າ​ວຽກ​ກໍ່­ສ້າງ​ຍອດ​ຫໍ­ຄຳ​ຈຳ­ນວນ 5 ຍອດ ບັນ­ດາ​ໜ້າ​ວຽກ​ທັງ​ໝົດ​ນີ້ ມາ​ຮອດ​ປັດ­ຈຸ­ບັນ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ສຳ­ເລັດ​ແລ້ວ 95% ສ່ວນ​ວຽກ​ທີ່​ຍັງ​ເຫຼືອ​ພວມ​ສືບ­ຕໍ່​ຈັດ​ຕັ້ງ​ຈັດ​ປະ­ຕິ­ບັດ​ກໍ​ມີ​ວຽກ​ຍົກ​ ຍອດ​ຫໍ­ຄຳ ແລະ ວຽກ​ຕົບ­ແຕ່ງ​ອະ​ນາ​ໄມ້​ດ້ານ​ນອກ​ຂອງ​ອາ­ຄານ ແລະ ໂຄງ­ການ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ຕາມ​ແຜນ­ການ​ກາງ​ເດືອນ​ຕຸ­ລາ 2012 ນີ້​ແນ່­ນອນ.

Windows 8 ເປີດໂຕ 26 ຕຸລາ ສົກນີ້ !

ໄມ​ໂຄຣ​ຊອບ (Microsoft) ປະ­ກາດ​ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ (18/07/2012) ທາງ​ບໍ­ລິ­ສັດ​ໄດ້​ກຳ­ນົດ​ວັນ​ເປີດ​ໂຕ​ລະ­ບົບ​ປະ­ຕິ­ບັດ​ການ​ຮຸ່ນ​ໃໝ່ Windows 8 ຢ່າງ​ເປັນ​ທາງ​ການ ໃນ​ວັນ​ສຸກ ທີ 26 ຕຸ­ລາ ປີ​ນີ້ ຢ່າງ­ໃດ​ກໍ່​ຕາມ ທາງ​ໄມ​ໂຄຣ​ຊອບ​ບໍ່​ໄດ້​ກ່າວ​ເຖິງ​ວ່າ ໄລ­ຍະ​ດັ່ງ­ກ່າວ​ຈະ​ມີ​ການ​ວາງ​ຈຳ­ໜ່າຍ Surface ຫຼື​ບໍ່? …

ໄມ​ໂຄຣ​ຊອບ ໄດ້​ທະ​ວິດ (Twitter) ຂໍ້­ຄວາມ​ຜ່ານ​ບັນ­ຊີ​ຜູ້​ໃຊ້ @Windows ວ່າ “ໃຫ້​ເຮັດ​ເຄື່ອງ­ໝາຍ​ໃນ​ລະ­ບົບ​ປະ­ຕິ­ບັດ​ການ​ຂອງ​ທ່ານ​ໄດ້​ເລີຍ ວິນ​ໂດ 8 ຈະ​ເປີດ​ໂຕ​ໃນ​ວັນ​ທີ 26 ຕຸ­ລາ 2012” ນອກ­ຈາກ​ນີ້ ສະ­ຕີ​ເວນ ໄຊ​ນອບ​ສະ​ກີ ປະ­ທານ​ຝ່າຍ​ວິນ​ໂດ​ຂອງ​ບໍ­ລິ­ສັດ ຍັງ​ໄດ້​ປະ­ກາດ​ຂ່າວ​ນີ້ ໃນ​ກອງ​ປະ­ຊຸມ​ຝ່າຍ​ຂາຍ​ປະ­ຈຳ​ປີ ຊຶ່ງ​ເມື່ອ​ຕົ້ນ​ເດືອນ​ຜ່ານ​ມາ ໄມ​ໂຄຣ​ຊອບ ໄດ້​ຢືນ­ຢັນ​ວ່າ Windows 8 ຈະ​ເປີດ​ໂຕ​ໃນ​ເດືອນ​ຕຸ­ລາ ແນ່­ນອນ ແຕ່​ບໍ່​ໄດ້​ລະ­ບຸ​ວັນ​ຊັດ​ເຈນ ໂດຍ​ລະ­ບົບ​ປະ­ຕິ­ບັດ​ການ​ຮຸ່ນ​ໃໝ່ ຈະ​ສາ­ມາດ​ທຳ​ງານ​ຮ່ວມ​ກັບ​ອຸ­ປະ­ກອນ​ອິນ​ພຸດ​ຕ່າງໆ (Input) ໄດ້​ທຸກ​ຊະ­ນິດ ເຊັ່ນ ລະ­ບົບ​ໜ້າ​ຈໍ​ສຳ­ຜັດ ເມົາ​ສ (Mouse) ຄີ​ບອດ (Keyboard) ແລະ ສະ​ໄຕລ​ັສ (Stylus).

ສຳ­ລັບ ແທັບ​ເລັດ (Tablet) Microsoft Surface ທີ່​ກ່ອນ​ໜ້າ​ນີ້​ມີ​ລາຍ​ງານ​ວ່າ ຈະ​ວາງ​ຕະ­ຫຼາດ​ພ້ອມໆ​ກັບ Windows 8 ແລະ ໄດ້​ມີ​ການ​ແນະ­ນຳ​ສິນ­ຄ້າ​ດັ່ງ­ກ່າວ​ໄປ​ແລ້ວ​ເມື່ອ​ເດືອນ​ທີ່​ຜ່ານ​ມາ ແຕ່​ທາງ​ບໍ­ລິ­ສັດ​ກໍ່​ບໍ່​ໄດ້​ມີ​ການ​ກ່າວ​ເຖິງ ຫຼື ໂພ​ສ (Post) ຂໍ້­ຄວາມ​ແຕ່​ຢ່າງ­ໃດ ນອກ­ຈາກ​ນີ້ ທາງ​ບໍ­ລິ­ສັດ​ຍັງ​ກ່າວ​ເຖິງ Windows Phone 8 ອີກ​ດ້ວຍ ໂດຍ​ຄາດ​ວ່າ​ຈະ​ມີ​ກຳ­ນົດ​ເປີດ​ໂຕ​ໃນ​ໄລ­ຍະ​ໃກ້ໆ​ກັບ​ວັນ​ທີ່ Windows 8 ເປີດ​ໂຕ ຊຶ່ງ​ກໍ່​ຕ້ອງ​ລໍ­ຖ້າ​ຕິດ­ຕາມ​ເບິ່ງ​ຄວາມ​ຊັດ​ເຈນ​ອີກ​ຕໍ່​ໄປ.

ລະວັງຄົນຕ່າງປະເທດ ປອມບັດ ATM ກົດເອົາເງິນ

  ໃນ​ຕົ້ນ​ເດືອນ​ກໍ­ລະ­ກົດ 2012 ຜ່ານ​ມາ ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ​ລາວ​ມະ­ຫາ­ຊົນ ໄດ້​ເຂົ້າ​ແຈ້ງ​ຄວາມ​ຕໍ່​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ເສດ­ຖະ­ກິດ ເນື່ອງ​ຈາກ​ມີ​ຄົນ​ຊາວ​ຕ່າງ­ປະ­ເທດ​ຈຳ­ນວນ​ໜຶ່ງ​ບໍ່​ຮູ້​ຊື່ ໄດ້​ເຄື່ອນ​ໄຫວ​ນຳ​ໃຊ້​ເຄື່ອງ­ມື​ທີ່​ປອມ​ແປງ​ຂຶ້ນ ເພື່ອ​ມາ​ບັນ­ທຶກ​ເອົາ​ຂໍ້​ມູນ​ລູກ​ຄ້າ​ຂອງ​ທະ­ນາ­ຄານ ແລ້ວ​ມາ​ເຮັດ​ເປັນ​ບັດ​ເອ​ທີ​ເອັມ​ປອມ ຈາກ​ນັ້ນ​ກໍ​ລັກ​ກົດ​ຖອນ​ເອົາ​ເງິນ​ຢູ່​ສາ­ຂາ​ແຂວງ​ຫຼວງ​ພະ​ບາງ ສາ­ຂາ​ວັງ​ວຽງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ມີ​ຜົນ​ເສຍ​ຫາຍ​ແລ້ວ ຈຳ­ນວນ 127 ລ້ານ​ກີບ.

ພາຍ­ຫຼັງ​ເຈົ້າ​ໜ້າ­ທີ່​ໄດ້​ຮັບ​ແຈ້ງ​ຄວາມ ກໍ​ຮີບ​ຮ້ອນ​ແຕ່ງ­ຕັ້ງ​ພະ­ນັກ­ງານ​ລົງ​ຕິດ­ຕາມ​ການ­ເຄື່ອນ­ໄຫວ​ຂອງ​ກຸ່ມ​ຄົນ ​ບໍ່​ດີ​ຢູ່​ຈຸດ​ຫຼໍ່​ແຫຼມ​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຕ່າງ​ແຂວງ ຜ່ານ​ການ​ຕິດ­ຕາມ​ມາ​ຮອດ​ວັນ​ທີ 20 ກໍ­ລະ­ກົດ 2012 ເວ­ລາ 23:00 ໂມງ ກໍ​ສາ­ມາດ​ຈັບ​ຕົວ​ທ້າວ ຂັນ​ທະ­ວິ​ໄລ ອາ­ຍຸ 30 ປີ ກຳ­ມະ­ກອນ​ຢູ່​ບ້ານ​ຈັນ​ສະ­ຫວ່າງ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ກຳ­ລັງ​ກົດ​ເອົາ​ເງິນ​ຈາກ​ຕູ້​ເອ​ທີ​ເອັມ​ຢູ່​ຕໍ່­ໜ້າ​ໂຮງ­ຮຽນ​ ມັດ­ທະ­ຍົມ​ປາຍ​ສີ​ໂຄດ ພ້ອມ​ຂອງ​ກາງ​ບັດ​ເອ​ທີ​ເອັມ​ປອມ ຈຳ­ນວນ 3 ບັດ ແລະ ເງິນ­ສົດ 9.500.000 ກີບ ຕໍ່​ມາ​ໃນ​ວັນ​ທີ 24 ກໍ­ລະ­ກົດ 2012 ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ແຂວງ​ຈຳ­ປາ​ສັກ ສາ­ມາດ​ຈັບ​ຕົວ​ທ້າວ ອຸ ອາ­ຍຸ 32 ປີ ພ້ອມ​ບັດ​ເອ​ທີ​ເອັມ​ປອມ​ຈຳ­ນວນ 10 ບັດ ແລະ ເງິນ­ສົດ​ຈຳ­ນວນ 16 ລ້ານ​ກີບ.

ທ່ານ​ພັນ​ຕີ ສີ​ທອນ ສຸ­ລິ­ຍະ​ວົງ ຮອງ​ກົມ​ຕຳ­ຫຼວດ​ເສດ­ຖະ­ກິດ​ກະ­ຊວງ ປກສ ໄດ້​ຊີ້​ແຈງ​ວ່າ: ກຸ່ມ​ຄົນ​ບໍ່​ດີ​ເຫຼົ່າ​ນີ້ ມີ​ທັງ​ໝົດ 6 ຄົນ ໃນ​ນີ້​ເປັນ​ຄົນ​ຕ່າງ­ປະ­ເທດ 3 ຄົນ ຜູ້​ທີ່​ປອມ​ແປງ​ບັດ​ແມ່ນ​ຄົນ​ຕ່າງ­ປະ­ເທດ ມີ​ບັດ​ທີ່​ປອມ​ແປງ​ຂຶ້ນ​ຈຳ­ນວນ 50 ບັດ ຈາກ​ຜົນ​ການ​ສອບ​ສວນ ທ້າວ ຂັນ​ທະ­ວິ​ໄລ ຈິ່ງ​ຮູ້​ວ່າ: ຜູ້­ກ່ຽວ​ແມ່ນ​ຮູ້­ຈັກ​ກັບ​ທ້າວ ນະ ຜູ້​ທີ່​ເອົາ​ຕົວ​ຫຼົບ­ໜີ ແລະ ທ້າວ ອຸ ທັງ​ສອງ​ຄົນ​ເອົາ​ບັດ​ໃຫ້​ໄປ​ກົດ​ເອົາ​ເງິນ​ຈາກ​ຕູ້ ໂດຍ​ໄດ້​ຄ່າ​ຕອບ​ແທນ 10% ຂອງ​ຈຳ­ນວນ​ເງິນ​ທີ່​ກົດ​ໄດ້ ທ້າວ ຂັນ​ທະ­ວິ​ໄລ ໄດ້​ໄປ​ເລາະ​ກົດ​ເອົາ​ເງິນ​ຈາກ​ຕູ້​ຂອງ​ທະ­ນາ­ຄານ​ຕາມ​ຈຸດ​ຕ່າງໆ ຊຶ່ງ​ການ​ກົດ​ແຕ່​ລະ​ຄັ້ງ​ແມ່ນ​ລົງ­ມື​ແຕ່​ກາງ­ຄືນ ແລະ ບາງ​ຄັ້ງ​ກໍ​ກົດ​ເຖິງ 25 ລ້ານ​ກີບ.

ສຳ­ລັບ​ຄະ­ດີ​ນີ້ ແມ່ນ​ເປັນ​ເລື່ອງ​ທຳ​ອິດ​ທີ່​ເກີດ​ຂື້ນ​ຢູ່ ສປປ ລາວ ຊຶ່ງ​ເຈົ້າ​ໜ້າ­ທີ່​ເຮົາ​ກຳ­ລັງ​ຕິດ­ຕາມ​ຕົວ​ຄົນ​ຕ່າງ­ປະ­ເທດ ຈຳ­ນວນ 3 ຄົນ ແລະ ນຳ​ຕົວ​ທ້າວ ອຸ ມາ​ສືບ­ສວນ-ສອບ​ສວນ ເພື່ອ​ຂະ­ຫຍາຍ​ຜົນ ນຳ​ເອົາ​ຜູ້​ກະ­ທຳ​ຜິດ​ທີ່​ເປັນ​ຫົວ​ໂປ່​ໂຕ​ການ​ມາ​ລົງ­ໂທດ​ຕາມ​ລະ­ບຽບ​ ກົດ­ໝາຍ ຊຶ່ງ​ທ້າວ ອຸ ຄົງ​ຈະ​ຮູ້​ດີ​ກ່ຽວ​ກັບ​ການ​ພົວ­ພັນ​ກັບ​ຄົນ​ຊາວ​ຕ່າງ­ປະ­ເທດ ແລະ ທີ່​ໄປ-ທີ່​ມາ​ຂອງ​ບັດ​ເອ​ທີ​ເອັມ​ປອມ​ແປງ​ດັ່ງ­ກ່າວ.

ເຕະບານຄອງໂລກ ! ໄວໜຸ່ມອາເມຣິກາ ຍົກເປັນກິລາອັນດັບ 2

       ຜົນສຳຫຼວດຂອງ ESPN ເປີດເຜີຍວ່າ ໄວໜຸ່ມສະຫະລັດອາເມຣິກາອາຍຸຕັ້ງແຕ່ 12-24 ປີ ໃຫ້ຄວາມສົນໃຈໃນ ກິລາເຕະບານຫຼາຍຂຶ້ນ ໂດຍກາຍເປັນກິລາທີ່ມີຄວາມນິຍົມຫຼາຍທີ່ ສຸດເປັນອັນດັບທີ 2 ຮອງຈາກພຽງແຕ່ການແຂ່ງ ຂັນອາເມຣິກັນຟຸດບອນເທົ່ານັ້ນ…
      ສໍານັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ກັນຍາທີ່ຜ່ານມາ ໄດ້ເປີດເຜີຍຜົນ ສໍາຫຼວດຂອງສໍານັກຂ່າວກິລາ ESPN ວ່າ ກິລາເຕະບານເລີ່ມຄອງໃຈຜູ້ຄົນຊາວສະຫະລັດ ອາເມຣິກາຫຼາຍຂຶ້ນ ຈົນແຊງກິລາປະຈໍາຊາດຢ່າງບານ ບ້ວງ, ເບສບອນ ຫຼື ຮັອກກີເທິງນໍ້າ ກ້ອນໄປແລ້ວ ໂດຍຜົນສໍາຫຼວດຂອງທ່ານ ຣິຊ ລຸກເກີ ນັກວິທະຍາສາດສັງຄົມ ເປີດເຜີຍວ່າ ໄວໜຸ່ມຊາວອາເມຣິກາອາຍຸຕັ້ງແຕ່ 12-24 ປີ ເຖິງຂັ້ນຍົກໃຫ້ກິລາເຕະບານທັງເວທີເມເຈີລີກ ແລະ ເຕະບານຕ່າງປະເທດ ໄດ້ຮັບຄວາມນິຍົມເປັນອັນດັບ 2 ຮອງຈາກພຽງແຕ່ການແຂ່ງຂັນອາເມຣິກັນຟຸດບອນພຽງ ຢ່າງດຽວເທົ່ານັ້ນ.
    ນອກຈາກນີ້ ຜົນສໍາຫຼວດນັກກິລາຈໍານວນ 50 ຄົນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນສະຫະລັດອາເມຣິກາ ຍັງມີ ນັກກິລາເຕະບານຫຼຸດເຂົ້າມາຕິດໂຜນໍາເຖິງ 3 ຄົນ ປະກອບດ້ວຍ ລິໂອເນວ ເມສຊີ ອັນດັບທີ 16, ເດວິດ ເບັກແຮມ ອັນດັບທີ 20 ແລະ ຄຣິສເຕຍໂນ່ ໂຣນັນໂດ ອັນດັບທີ 24.

ຄະນະລັດຖະບານຍີ່ປຸ່ນລາອອກ

 ສຳ­ນັກ​ຂ່າວ­ສານ AFP ແລະ ຂ່າວ­ສານ ຊິນ​ຮວາ ຕ່າງ​ກໍ​ໃຫ້​ຮູ້​ວ່າ ຄະ­ນະ​ລັດ­ຖະ­ບານ​ຍີ່­ປຸ່ນ ທັງ​ຄະ­ນະລາ​ອອກ​ຈາກ​ຕຳ­ແຫນ່ງ​ໃນ​ວັນ​ທີ 1 ຕຸ­ລາ​ນີ້, ເປັນ​ການ​ແຈ້ງ​ລ່ວງ​ຫນ້າ​ເຖິງ​ການ​ທີ່​ນາ­ຍົກ­ລັດ­ຖະ­ມົນ­ຕີ​ຍີ່­ປຸ່ນ ໂຢ​ຊີ​ຮີ​ໂກ ໂນ​ດາ ຈະ​ປັບ​ຄະ­ນະ​ລັດ­ຖະ­ບານ ທ່າມ ­ກາງ​ທີ່​ເຂົາ​ພວມ​ຊອກ​ຫາ​ວິ­ທີ​ຜ່ອນ­ຄາຍ​ຄວາມ​ບໍ່​ລົງ​ລອຍ​ກັນ​ບາງ​ບັນ­ຫາ, ພ້ອມ​ກັນ​ນັ້ນ​ກໍ​ເປັນ​ການ​ເພີ່ມ​ຄວາມ​ເຊື່ອ​ຖື​ຕໍ່​ປວງ​ຊົນ.

  ຫົວ­ຫນ້າ​ຫ້ອງ​ວ່າ­ການ​ຄະ­ນະ​ລັດ­ຖະ­ບານ​ຍີ່­ປຸ່ນ ໂອ­ຊາ​ມຸ ຟູ​ຈີ​ມູ​ຣາ ກ່າວ​ຕໍ່​ຜູ້​ສື່​ຂ່າວ​ວ່າ ໃນ​ການ​ປະ­ຊຸມ​ພິ­ເສດ​ຂອງ​ຄະ­ນະ​ລັດ­ຖະ­ ບານ ໃນ​ວັນ​ທີ 1 ຕຸ­ລາ​ນີ້, ນາ­ຍົກ­ລັດ­ຖະ­ມົນ­ຕີ ໂນ​ດາ ໄດ້​ແຈ້ງ​ໃຫ້​ຮູ້​ວ່າ ທ່ານ​ຈະ​ດຳ­ເນີນ​ການ​ປັບ​ຄະ­ນະ​ລັດ­ຖະ­ບານ ແລະ​ວ່າ​ບັນ­ດາ​ລັດ­ຖະ­ມົນ­ຕີ​ໃນ​ຄະ­ນະ​ລັດ­ຖະ­ບານ ໄດ້​ລາ​ອອກ​ທັງ​ຄະ­ນະ​ແລ້ວ.ຂ່າວ​ແຈ້ງ­ວ່າ ນາ­ຍົກ­ລັດ­ຖະ­ມົນ­ຕີ ໂນ​ດາ ໄດ້​ຍອມ­ຮັບ​ໃນ​ຄຳ​ຮ້ອງ​ລາ​ອອກ​ຈາກ​ຕຳ­ແຫນ່ງ ຂອງ​ລັດ­ຖະ­ມົນ­ຕີ​ທຸກໆ​ຄົນ ໃນ​ຄະ­ນະ​ລັດ­ຖະ­ບານ./.

11 ນະຄອນຂອງຣັດເຊຍ ເປັນເຈົ້າພາບຈັດການແຂ່ງຂັນ World Cup 2018

ຣັດ​ເຊຍ ໄດ້​ຈັດ​ພິ­ທີ​ປະ­ກາດ​ເອົາ 11 ນະ­ຄອນ ເປັນ​ເຈົ້າ­ພາບ​ຈັດ­ການ​ແຂ່ງ­ຂັນ​ໃນ​ຂອບ​ຂອງ​ຮອບ​ຊີງ ຊະ­ນະ​ເລີດ ບານ­ເຕະ​ໂລກ 2018 ( World Cup 2018).

ເຂົ້າ​ຮ່ວມ​ພິ­ທີ​ປະ­ກາດ​ດັ່ງ­ກ່າວ ຊຶ່ງ​ໄດ້​ຖ່າຍ​ທອດ​ສົດ​ທາງ​ໂທລະ­ພາບ​ນັ້ນ ມີ​ທ່ານ ເຊບ ບລາດ​ເຕີ, ປະ­ທານ​ສະ­ຫະ­ພັນ​ບານ­ ເຕະ​ໂລກ (FIFA); ທ່ານ ເຈ​ຣອມ ວາ​ລ​ເກ, ເລ­ຂາ­ທິ­ການ FIFA; ທ່ານ ວີ​ຕາ​ລີ ມຸດ​ໂກ, ລັດ­ຖະ­ມົນ­ຕີ​ກິ­ລາ​ຣັດ​ເຊຍ ທັງ​ເປັນ​ປະ­ ທານ​ຄະ­ນະ​ຈັດ​ຕັ້ງ World Cup 2018 “ປະ­ເທດ​ຣັດ​ເຊຍ 2018” ແລະ ບຸກ­ຄົນ​ສຳ­ຄັນໆ​ອື່ນໆ​ອີກ​ຫລາຍ​ທ່ານ.

11 ນະ­ຄອນ​ຂອງ​ຣັດ​ເຊຍ ທີ່​ໄດ້​ຮັບ​ສິດ​ເປັນ​ເຈົ້າ­ພາບ​ການ​ແຂ່ງ­ຂັນ World Cup 2018 ປະ­ກອບ​ດ້ວຍ ມົສ​ກູ, ແຊັງ ເປ​ແຕກ​ບວກ, ກາ­ລີ​ນິນ​ກຣາດ, ນິ​ສ​ນີ ນົບ​ໂກ​ຣົດ, ກາ​ຊານ, ຊາ​ມາ​ຣາ, ຊາ​ຣານ​ສກ໌, ໂວນ​ໂກກ​ຣາດ, ໂຣ​ສ​ຕອບ, ໂຊ​ຈີ ແລະ ເອ­ກາ​ເຕຣິນ​ບວກ.

ປະ­ທາ­ນາ­ທິ­ບໍ­ດີ​ຣັດ​ເຊຍ ວາ​ລາ​ດີ​ເມຍ ປູ​ຕິນ ກ່າວ​ຢືນ­ຢັນ​ຜ່ານ​ທາງ​ໂທລະ­ພາບ ຫລັງ​ຈາກ​ພິ­ທີ​ດັ່ງ­ກ່າວ ວ່າ​ອຳ­ນາດ​ການ​ປົກ ­ຄອງ​ຣັດ​ເຊຍ ຈະ​ເຮັດ​ສຸດ​ຄວາມ​ສາ­ມາດ​ຂອງ​ຕົນ ເພື່ອ​ເຮັດ​ໃຫ້­ການ​ຈັດ​ງານ  World Cup 2018 ປະ­ສົບ​ຄວາມ​ສຳ­ເລັດ.

ທາງ​ດ້ານ​ທ່ານ ເຊບ ບລາດ​ເຕີ ເວົ້າ​ວ່າ ຜ່ານ​ການ​ໄປ​ກວດ­ກາ​ເບິ່ງ 13 ນະ­ຄອນ​ໃນ​ຣັດ​ເຊຍ ສະ­ແດງ​ໃຫ້​ເຫັນ​ວ່າ ປະ­ເທດ​ເຈົ້າ­ ພາບ ຣັດ​ເຊຍ ພວມ​ເຮັດ​ສຳ­ເລັດ​ກ່ອນ​ກຳ­ນົດ ສຳ­ລັບ​ວຽກ​ງານ​ການ​ກະ­ກຽມ ໃຫ້​ແກ່​ການ​ແຂ່ງ­ຂັນ​ບານ­ເຕະ​ລະ­ດັບ​ໂລກ ໃນ​ປີ 2018, ພ້ອມ​ທັງ​ເຊື່ອ​ຫມັ້ນ​ວ່າ ຣັດ​ເຊຍ ຈະ​ຈັດ​ຕັ້ງ World Cup 2018 ໄດ້​ຢ່າງ​ສຳ­ເລັດ​ຜົນ./.

Hello world!

Welcome to WordPress.com! This is your very first post. Click the Edit link to modify or delete it, or start a new post. If you like, use this post to tell readers why you started this blog and what you plan to do with it.

Happy blogging!